ການຈັດຝຶກອົບຮົມ ກ່ຽວກັບ ການຈັດຕັ້ງປະຕິບັດລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ໃຫ້ພາກລັດ ແລະ ຜູ້ປະກອບການ ໃນນະຄອນຫຼວງວຽງຈັນ.
ໃນລະຫວ່າງວັນທີ 05 ຫາ 06 ສິງຫາ 2021 ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການສ້າງເປັນຄູຝຶກໃນການຈັດຕັ້ງປະຕິບັດລະບົບການອອກໃບຢັ້ງຢືນແຫຼ່ງ ກຳເນີດສິນຄ້າຜ່ານທາງເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ໃຫ້ແກ່ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ຜູ້ປະການຈຳນວນໜຶ່ງ ຕາມການສະເໜີຂອງພາກສ່ວນດັ່ງກ່າວ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ແລະ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 37 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສົ່ງເສີມການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍ່ຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ໃຫ້ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ.
ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໄດ້ຮັບການເພີ່ມທັກສະໃນການເຮັດຂັ້ນຕອນຂອງລະບົບ e-CO, ຂັ້ນຕອນໃນການອະນຸມັດ ແລະ ພິມຟອມຜ່ານລະບົບ. ສໍາລັບ ພາກທຸລະກິດ ແມ່ນໄດ້ລົງເລິກຕື່ມໃນການລົງ ທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງຟອມທີ່ທ່ານສົ່ງເຂົ້າໃນລະບົບ.
ກົມ ຂອ ມີແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນຂອບເຂດທົ່ວປະເທດ ສາມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້ພາຍໃນປີ 2022, ຊຶ່ງ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ກໍ່ເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ກັນຍາ 2021. ປະຈຸບັນນີ້, ມີຈຳນວນ 05 ຫ້ອງການທີ່ອອກຜ່ານລະບົບ e-CO ໄດ້ແກ່: ກົມ ຂອ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ (01 ຕຸລາ 2020), ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (01 ທັນວາ 2020), ສະຫວັນນະເຂດ (01 ມັງກອນ 2021) ແລະ ບໍລິຄຳໄຊ (01 ມີນາ 2021).
ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.