Loading...

ຍິນ​ດີ​ຕ້ອນຮັບ​ ເຂົ້າ​ສູ່
ລະບົບອອກ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ

ລະບົບນີ້​ຈະ​ຊ່ວຍ​ໃຫ້​ຜູ້ປະກອບການ ​ມີຄວາມສະດວກ ໃນການສົ່ງອອກສິນຄ້າ ພາຍໃຕ້ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ປະຢັດເວລາ ແລະ ຕົ້ນທຶນ. ບົນພື້ນຖານຄວາມຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສາກົນເພື່ອປະກອບສ່ວນ ແກ່ການພັດທະນາເສດຖະກິດຂອງຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງ.

ໂດຍການລົງທະບຽນເປັນສະມາຊິກ ໃນເວັບໄຊທ໌ຂອງລະບົບພວກເຮົາ​, ທ່ານ​ຈະ​ໄດ້​ຮັບສິດໃນການສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ.

ຄົ້ນຫາ

  • ສິນຄ້າທຸກລາຍການທີ່ສົ່ງອອກຈາກ ສປປ ລາວ ສາມາດໄດ້ຮັບສິດທິພິເສດໝົດບໍ່ ?

ບໍ່ແມ່ນວ່າສິນຄ້າໝົດທຸກລາຍການທີ່ສົ່ງອອກຈາກ ສປປ ລາວ ຈະໄດ້ຮັບສິດທິພິເສດໂດຍອັດຕະໂນມັດ. ສິນຄ້າທີ່ຈະໄດ້ຮັບສິດທິພິເສດດ້ານການຄ້າ ແມ່ນສິນຄ້າທີ່ນອນຢູ່ໃນບັນຊີລາຍການສິນຄ້າທີ່ໃຫ້ ສິດທິພິເສດຂອງປະເທດຜູ້ນຳເຂົ້າ ແລະ ຜະລິດໄດ້ຕາມເງື່ອນໄຂຂອງ ລະບຽບແຫຼ່ງກຳເນີດສິນຄ້າທີ່ກຳນົດໄວ້ທັງຕ້ອງຍັງມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ສະເໜີຕໍ່ເຈົ້າໜ້າທີ່ພາສີຂອງປະເທດຜູ້ນຳເຂົ້າ ອ່ານຂໍ້ມູນເພີ່ມເຕີມໄດ້ທີ່ ສິດທິພິເສດທາງດ້ານການຄ້າ. 

  • ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນຫຍັງ ?

ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໝາຍເຖິງ ເອກະສານທີ່ຢັ້ງຢືນແຫຼ່ງກຳເນີດທີ່ສິນຄ້າໄດ້ເກີດຂຶ້ນ ຫຼື ໄດ້ຜ່ານຂະບວນການຜະລິດ ຊຶ່ງອອກໃຫ້ໂດຍໜ່ວຍງານລັດ ຫຼື ພາກ ສ່ວນອື່ນໆ ທີ່ໄດ້ຮັບມອບສິດໃຫ້ເປັນຜູ້ຢັ້ງ ຢືນແຫຼ່ງກຳເນີດສິນຄ້າ. ເອກະສານດັ່ງກ່າວນຳໃຊ້ເພື່ອເປັນຫຼັກຖານອ້າງອີງໃນການຂໍຍົກເວັ້ນ ຫຼື ຫຼຸດ ຜ່ອນອັດຕາພາສີນຳເຂົ້າຕໍ່ປະເທດທີ່ໃຫ້ສິດທິພິເສດດ້ານການຄ້າ.

  • ການສົ່ງອອກສິນຄ້າຂອງລາວທຸກຄັ້ງຕ້ອງໄດ້ຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າບໍ່ ?

ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າບໍ່ແມ່ນເອກະສານບັງຄັບທີ່ຕ້ອງໄດ້ຂໍອະນຸຍາດສຳລັບການສົ່ງອອກທຸກຄັ້ງ, ແຕ່ຫາກນຳໃຊ້ເພື່ອຂໍຫຼຸດຜ່ອນ ຫຼື ຍົກເວັ້ນພາສີນຳເຂົ້າ ຊຶ່ງຈະເຮັດໃຫ້ຜູ້ສົ່ງອອກສາມາດປະຢັດຕົ້ນທຶນ ແທນທີ່ຈະຕ້ອງເສຍພາສີເຕັມໃນອັດຕາປົກກະຕິ(MFN). ສະນັ້ນ, ຈຶ່ງຂຶ້ນກັບວ່າຜູ້ນຳເຂົ້າ ຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຫຼືບໍ່. ໝາຍວ່າ ຖ້າຜູ້ນຳເຂົ້າບໍ່ຕ້ອງການເອກະສານດັ່ງກ່າວກໍສາມາດ ດຳເນີນຂັ້ນຕອນການສົ່ງ ອອກແບບປົກກະຕິໂດຍບໍ່ຈຳເປັນຕ້ອງຂໍເອົາ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ການເຊື່ອມໂຍງທີ່ສຳຄັນ

ສິ່ງນີ້, ຈະຊ່ວຍໃຫ້ທ່ານສາມາດຄົ້ນຫາເວັບໄຊທ໌ຕ່າງໆ ທິ່ໃຫ້ຂໍ້ມູນຂ່າວສານຢ່າງລະອຽດ ແລະ ທີ່ເປັນປະໂຫຍດ, ລະບຽບການທີ່ທັນຍຸກທັນເຫດການ ແລະ ຄໍາແນະນໍາການປະຕິບັດຕົວຈິງສໍາລັບບຸກຄົນ ແລະ ພາກທຸລະກິດ ທີ່ສົນໃຈຢາກເຮັດການຄ້າຂ້າມແດນ. ກົດເຂົ້າເວັບໄຊທ໌ເຫຼົ່ານີ້ເພື່ອເປີດປະຕູສູ່ການຄ້າຂອງ ສປປ ລາວ ກັບ ສາກົນ ແບບບໍ່ມີຮອຍຕໍ່. 

 

 

ການຝຶກອົບຮົມ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແຂວງເຊກອງ ແລະ ອັດຕະປື

ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແຂວງເຊກອງ ແລະ ອັດຕະປື

ແຂວງບໍລິຄຳໄຊ ຈະເລີ່ມນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທາງເອເລັກໂຕຣນິກ ຫຼື e-CO ນັບແຕ່ວັນທີ 01 ມີນາ 2021 ເປັນຕົ້ນໄປ

ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ເລີ້ມຈັດຕັ້ງປະຕິບັດການສ້າງຂີດຄວາມອາດສາມາດໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງໃນການນໍາໃຊ້ ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທາງເອເລັກໂຕຣນິກ ຫຼື e-CO; ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແລະ ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນທາງເອເລັກໂຕຣນິກ (e-Form D) ໃຫ້ທັງພາກລັດ ແລະ ທຸລະກິດ ທີ່ຈະຊ່ວຍ ປະຢັດເວລາ ແລະ ຄ່າໃຊ້ຈ່າຍ ໃຫ້ແກ່ຜູ້ປະກອບການ ແລະ ມີຄວາມສະດວກສະບາຍຫຼາຍຂື້ນກວ່າໃນເມື່ອກ່ອນ ທີ່ນຳໃຊ້ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ດ້ວຍລະບົບເຈ້ຍສໍ. ນອກຈາກນີ້, e-CO ກໍ່ຍັງເປັນລະບົບແບບຖານຂໍ້ມູນທີ່ມີຄວາມລະອຽດ ແລະ ປອດໄພທີ່ສຸດສຳລັບທຸກພາກລັດ ແລະ ທຸລະກິດ.


ນີ້ແມ່ນເວັບໄຊນ໌ທາງການຂອງກົມການຄ້າຕ່າງປະເທດພາຍໃຕ້ກະຊວງອຸດສະຫະກຳ ແລະ ການຄ້າ ສປປ ລາວ

ສະໜັບສະໜູນໂດຍ: ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ໂດຍຜ່ານ ໂຄງການສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE)

ເວັບໄຊນີ້ສ້າງຂຶ້ນໄດ້ໂດຍການສະໜັບສະໜູນຂອງປະຊາຊົນສະຫະລັດອາເມລິກາໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID.) ເນື້ອໃນຂອງເວັບໄຊນີ້ແມ່ນຄວາມຮັບຜິດຊອບຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບໍ່ຈໍາເປັນສະທ້ອນໃຫ້ເຫັນທັດສະນະຂອງ USAID ຫຼື ລັດຖະບານສະຫະລັດອາເມລິກາ