Loading...

ກ່ຽວກັບພວກເຮົາ

ລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ​ແມ່ນ​ຈຸດ​ບໍລິການ​ໜຶ່ງ ສຳລັບການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງອິນເຕີເນັດ ຫຼື ເປັນ ເຄື່ອງມືອຳນວຍຄວາມສະດວກໃຫ້ແກ່ພາກ ທຸລະກິດ ທີ່ມີຈຸດປະສົງຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ຫ້ອງການຄຸ້ມຄອງລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກແມ່ນ  ກົມການຄ້າຕ່າງປະເທດ,ກະຊວງອຸດສາຫະກຳ ແລະ ການຄ້າ  ເຊິ່ງມີພາລະບົບບາດ ເປັນສານາທິການໃຫ້ແກ່ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຄົ້ນຄວ້າ ແລະ ສ້າງນະໂຍບາຍຍຸດທະສາດພັດທະນາການນຳເຂົ້າ  ແລະ ສົ່ງອອກ,  ການຄຸ້ມຄອງແຫຼ່ງກຳເນີນສິນຄ້າ ແລະ ວຽກງານອື່ນໆ ທີ່ໄດ້ ລະ ບຸໄວ້ໃນ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 2456/ອຄ.ຈພງ, ລົງວັນທີ 25 ທັນວາ 2009.

ການນຳໃຊ້ລະບົບດັ່ງກ່າວແມ່ນອີງຕາມ ຂໍ້ຕົກລົງ ວ່າດ້ວຍການສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ

ສະບັບເລກທີ  0369/ອຄ.ກຂອ ລົງວັນທີ  26/02/2016.

ການສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ຂຽນຫຍໍ້ເປັນພາສາອັງ ກິດວ່າ: e-CO ແມ່ນການດໍາເນີນການແຈ້ງເອກະສານທາງເອເລັກໂຕຣນິກ ເພື່ອສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດ ສິນຄ້າທີ່ໄດ້ຮັບສິດທິພິເສດ.