ການຈັດຝຶກອົບຮົມ ກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ພະນັກງານປະຈໍາຫ້ອງການ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ


         ກົມ​ການ​ນຳ​ເຂົ້າ ແລະ ສົ່ງອອກ (ຂອ) ໃນລະຫວ່າງວັນທີ 24 - 28 ມັງກອນ 2022 ທີ່ຫ້ອງປະ​ຊຸມ​ຂອງຄະ​ນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ວຽກ​ງານ​ການ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ ໃຫ້​​ພະນັກງານປະຈໍາຫ້ອງການ ຄະ​ນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ຜູ້ປະກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ ຕາມການສະເໜີຂອງພາກສ່ວນດັ່ງກ່າວຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ແລະ ທ່ານ ທະນົງໄຊ ຄຸດໄພທູນ ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 25 ທ່ານ

         ເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງ​ການຄະ​ນະຄຸ້ມຄອງເຂດເສດຖະ ກິດພິເສດນະຄອນຫຼວງວຽງຈັນໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ, ແລະ ສອດຄ່ອງກັບພັນທະຂອງ ສປປ ລາວ ທີ່ໄດ້ຮັບສິດທິພິເສດທາງການຄ້າ ກ່ອນການຈັດຕັ້ງປະຕິບັດການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຊຶ່ງຄະ​ນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນຈະສາມາດອອກໄດ້ທັງໝົດທຸກແບບ​ພິມ (Form). ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ມີ 03 ຮູບແບບຄື: ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​ແບບ​ປົກ​ກະ​ຕິ (Manual)ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຜ່ານລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO), ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self-Certification)ໃນນັ້ນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງປະກອບມີ 02 ແບບຄື: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ.

ນອກຈາກນັ້ນ, ການຝຶກອົບຮົມຍັງເນັ້ນໜັກໃຫ້ນັກສຳມະນາກອນໄດ້ຮັບຂໍ້ມູນໃໝ່ໆ ກ່ຽວກັບ ສິດທິພິເສດທາງການຄ້າໃນແບບຝ່າຍດຽວ ແລະ ຕ່າງຝ່າຍຕ່າງຕອບແທນກັນ ລວມເຖິງກາລະໂອກາດເຂົ້າສູ່ຕະຫຼາດຂອງບັນດາປະ ເທດທີ່ເປັນພາຄີຂອງສັນຍາການຄ້າເສລີ ບໍ່ວ່າຈະເປັນຕະຫຼາດອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ເຊັ່ນ: ສປ ຈີນ, ຢີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ. ນອກນັ້ນ, ໄດ້ລົງເລິກວິທີໃນການກວເງື່ອນ​ໄຂແຫຼ່ງ ກຳເນີດສິນຄ້າໃນຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ​ໃບ CO, ວິທີໃນການເກັບກຳສະຖິຕິ ແລະ ລະບຽບ ການຕ່າງໆທີ່ປິ່ນອ້ອມວຽກງານ CO. ນອກຈາກການແນະນຳດ້ານທິດສະດີແລ້ວ, ທີມງານຈາກ ກົມ ຂອ ກໍ່ຍັງໄດ້ແນະ ນຳວິທີຂັ້ນຕອນຕ່າງໆໃນການລົງຢ້ຽມ​ຢາມ ບໍ​ລິ​ສັດ/ໂຮງ​ງານ ກ່ອນ​ການອອ​ກ​ໃບ CPE ແລະ ໄດ້ນໍາພາລົງຢ້ຽມຢາມເບິ່ງຂະບວນການຜະລິດຕົວຈິງຂອງບາງໂຮງງານພາຍໃນເຂດເສດ​ຖະ​ກິດ​ພິ​ເສດ.

ພາຍຫຼັງທີ່ສຳເລັດການຝຶກອົບຮົມທີມງານວິຊາການຈາກ ກົມ ຂອ ກໍ່ໄດ້ມີການປະເມີນຄືນ ຄວາມເຂົ້າໃຈຂອງ ນັກສຳ ມະນາກອນ ໂດຍສະເພາະເຈົ້າໜ້າທີ່ປະຈຳຢູ່ ຫ້ອງ​ການຄະ​ນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ຜູ້ທີ່ຈະຮັບຜິດຊອບຄຸ້ມຄອງ ແລະ ອອກໃບ CO.

ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າກົມການນຳເຂົ້າ ແລະ ສົ່ງອອກກະຊວງອຸດສາຫະກຳ ແລະ ການຄ້າ ​ເບີໂທ: 021 450255 ແລະ ສາມາເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌www.laotradeportal.gov.lawww.ecolao.gov.la.