ຈັດຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ໃຫ້ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າຄຳມ່ວນ ແລະ ຜູ້ປະກອບການ


ໃນລະຫວ່າງວັນທີ 19 - 21  ມັງກອນ ທີ່ຫ້ອງປະຊຸມຂອງ ​ພະແນກ​​ອຸດສາຫະກຳ ແລະ ການຄ້າແຂວງ​ຄຳ​ມ່ວນໄດ້ມີການຈັດຝຶກອົບຮົມ ກ່ຽວກັບການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ໃຫ້​​ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າຄຳ​ມ່ວນ ແລະ ຜູ້ປະກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງ​ ຕາມການສະເໜີຂອງພາກສ່ວນດັ່ງກ່າວຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພຸດສະຫວັນ ຂຸນຈັນທະຮອງຫົວໜ້າກົມການນນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ​ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ.

         ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສົ່ງເສີມການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍ່ຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ສົ່ງ​ເສີມ​ໃຫ້​ຜູ້​ປະ​ກອບ​ການ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ສາ​ມາດ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ​ຄຳ​ມ່ວນ ແລະ ຜູ້​ປະ​ກອບ​ການ

         ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໄດ້ຮັບການເພີ່ມທັກສະໃນການເຮັດຂັ້ນຕອນຂອງລະບົບ e-CO, ຂັ້ນຕອນໃນການອະນຸມັດ ແລະ ພິມຟອມຜ່ານລະບົບ. ສໍາລັບ ພາກທຸລະກິດ ແມ່ນໄດ້ລົງເລິກຕື່ມໃນການລົງ ທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງຟອມທີ່ທ່ານສົ່ງເຂົ້າໃນລະບົບ.

ກົມ ຂອ ມີ​ແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ​ບັນ​ດາ​ຫ້ອງ​ການ​ເຈົ້າ​ໜ້າ​ທີ່ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສ​າ​ມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້​ພາຍໃນປີ 2022, ຊຶ່ງ​ ພະແນກອຸດສາຫະກຳ ແລະ ການຄ້າແຂວງ​ຄຳ​ມ່ວນ ກໍ່​ເປັນ​ໜຶ່ງ​ໃນ​​ຫ້ອງ​ການເປົ້າ​ໝາຍ ແລະ ​ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ກຸມ​ພາ 2022. ປະຈຸບັນນີ້ມີຈຳນວນ 06 ຫ້ອງການທີ່ອອກຜ່ານລະບົບ e-CO ໄດ້ແກ່ກົມ ຂອຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະການຄ້າວຽງຈັນໂນນທອງ (01 ຕຸລາ 2020)ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (01 ທັນວາ 2020)ສະຫວັນນະເຂດ (01ມັງກອນ 2021)ບໍລິຄຳໄຊ (01 ມີນາ 2021) ແລະ ພະແນກອຸດສາຫະກຳ ແລະ ການຄ້ານະ​ຄອນຫຼວງວຽງ​ຈັນ (01​ ກັນ​ຍາ 2021)

ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າກົມການນຳເຂົ້າ ແລະ ສົ່ງອອກກະຊວງອຸດສາຫະກຳ ແລະ ການຄ້າ ​ເບີໂທ: 021 450255 ແລະ ສາມາເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌www.laotradeportal.gov.lawww.ecolao.gov.la.