ແຂວງບໍລິຄຳໄຊ ຈະເລີ່ມນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທາງເອເລັກໂຕຣນິກ ຫຼື e-CO ນັບແຕ່ວັນທີ 01 ມີນາ 2021 ເປັນຕົ້ນໄປ


ໃນລະຫວ່າງວັນທີ 17 ຫາ 18 ກຸມພາ 2021 ທີ່ ໂຮງແຮມໂຊກບຸນມາ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດ ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ພ້ອມທັງຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບອອກ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO)”. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ແລະ ທ່ານ ໂພສອນ ທະລາພອນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄຳໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ.

ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສົ່ງເສີມການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍ່ຄືການນໍາໃຊ້ລະບົບບໍລິການອອກ ໃບຢັ້ງຢືນແຫຼ່ງ ກຳເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO), ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແລະ e-Form D ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄຳໄຊ. ເພື່ອໃຫ້ມີຄວາມພ້ອມ ໃນການເລີ້ມຈັດຕັ້ງປະຕິບັດຕົວຈິງ ຂອງຜູ້ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ສາມາດນຳໃຊ້ລະບົບ e-CO ສຳລັບພາກລັດ ແລະ ພາກທຸລະກິດ ໃນຂອບເຂດແຂວງຂອງຕົນ ນັບແຕ່ວັນທີ 01 ມີນາ 2021 ເປັນຕົ້ນໄປ.

ຊຶ່ງວ່າ, ພາກລັດ ແມ່ນໄດ້ຮັບການເພີ້ມທັກສະໃນການເຮັດຂັ້ນຕອນຂອງລະບົບ e-CO, ຂັ້ນຕອນໃນການອະນຸມັດ  ແລະ ພິມຟອມຜ່ານລະບົບ. ສໍາລັບພາກທຸລະກິດ ແມ່ນໄດ້ລົງເລິກຕື່ມ ໃນການລົງທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງ ຟອມທີ່ທ່ານສົ່ງເຂົ້າໃນລະບົບ.

ກົມ ຂອ ໄດ້ເລີ້ມຈັດຕັ້ງປະຕິບັດການສ້າງຂີດຄວາມອາດສາມາດໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງໃນການນໍາໃຊ້ ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ແລະ ຄາດໝາຍສູ້ຊົນໃຫ້ສໍາເລັດໃນຂອບເຂດທົ່ວປະເທດພາຍໃນປີ 2021 ທີ່ຈະມາເຖິງນີ້. ເຊິ່ງໃນລະຫວ່າງວັນທີ 28-29 ກັນຍາ 2020 ໄດ້ຈັດຝຶກອົບຮົມໃຫ້ແກ່ເຂດ ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ - ໂນນທອງ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນໍາໃຊ້ລະບົບດັ່ງກ່າວ ນັບແຕ່ວັນທີ 01 ຕຸລາ 2020 ເປັນຕົ້ນມາ, ລະຫວ່າງວັນທີ 23 - 24 ພະຈິກ 2020 ໄດ້ຈັດຝຶກອົບຮົມໃຫ້ແກ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳປາສັກ ໄດ້ເລີ້ມຈັດຕັ້ງປະຕິບັດຕົວຈິງໃນ ວັນທີ 01 ທັນວາ 2020 ແລະ ລະຫວ່າງວັນທີ 03 - 04 ທັນວາ 2020 ໄດ້ຈັດຝຶກອົບຮົມໃຫ້ແກ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສະຫວັນນະເຂດ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງຢ່າງເປັນທາງການໃນວັນທີ 01 ມັງກອນ 2021.