ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ພ້ອມທັງຝຶກອົບຮົມການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D)


ໃນລະຫວ່າງວັນທີ 11 ຫາ 12 ສິງຫາ 2022 ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ພ້ອມທັງຝຶກອົບຮົມການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D) ໃຫ້​​ແກ່ເຈົ້າໜ້າທີ່ຂອງ ພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງຫຼວງພະບາງ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ແລະ ທ່ານ ສົມສັກ ບຸນມາເພັດ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 36 ທ່ານ.

          ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ແມ່ເພື່ອ: ສືບຕໍ່ຕິດຕາມ ແລະ ປະເມີນຄືບັນດາໜ້າວຽກທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າທີ່ຍັງຄົງຄ້າງຈາກ ກອງຊຸມຝຶກອົບຮົມກ່ຽວກັບ ວຽກອຳນວຍຄວາມສະດວກທາງດ້ານການຄ້າໃຫ້ແກ່ຫ້ອງການປະຈຳກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງທົ່ວປະເທດຄັ້ງທີ II ແລະ ‚ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດການນໍາໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອ​​ເລັກໂຕນິກ (e-CO) ໃຫ້ແກ່ເຈົ້າໜ້າທີ່ ແລະ ຜູ້ປະກອບການທີ່ສົ່ງອອພາຍໃຕ້ສິດທິພິເສດທາງການຄ້າ.  

ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານໜຶຶ່ງທີ່ສໍາຄັນ ຊຶ່ງນອນໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ 9 (2021-2025) ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ຈຸດປະສົງ ກໍເພືີ່ອຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ, ການສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບ ແລະ ທັງເປັນການຈັດຕັ້ງປະຕິບັດພັນທະສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ມີຕໍໍ່ພາກພື້ນ ແລະ ສາກົນ. ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກທີ່ກວ້າງຂວາງ ແລະ ຕິດພັນກັບຫຼາຍຂະແໜງການ ທັງພາກລັດ ແລະ ພາກທຸລະກິດ. ສະນັ້ນ, ການສ້າງຄວາມສອດຄ່ອງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ການແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງ ແມ່ນຕ້ອງໄດ້ອາໄສບຸກຄະລາກອນທີ່ມີຄວາມເຂົ້າໃຈ, ຮັບຮູ້ບັນຫາ ແລະ ສາມາດວິເຄາະບັນຫາ ໄດ້ຢ່າງເລິກເຊິ່ງພໍສົມຄວນ ແລະ ມີກົນໄກການປະສານງານທີ່ໜັກແໜ້ນ ລະຫວ່າງພາກລັດດ້ວຍກັນ ແລະ ລະຫວ່າງພາກລັດ ແລະ ພາກທຸລະກິດ. ລັດຖະບານ ສປປ ລາວ ໄດ້ສ້າງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຕາມຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຊີ້ລວມອຳນວຍຄວາມສະດວກທາງດ້ານການຄ້າ ເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018 ເພື່ອເປັນກົນໄກໃນການປະສານງານ ລະຫວ່າງ ບັນດາ ກະຊວງ, ອົງການທຽບເທົ່າກະຊວງ, ພາກລັດ ແລະ ພາກທຸລະກິດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ. ຜ່ານມາ ກົມ ຂອ ໄດ້ຮັບການລາຍງານຈາກພາກລັດ ແລະ ທຸລະກິດ ທີ່ກ່ຽວຂ້ອງຂອງ ແຂວງຫຼວງພະບາງ ກ່ຽວກັບ ບັນຫາການນໍາເຂົ້າ - ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ສິນຄ້າປະເພດມັນຕົ້ນ, ເຂົ້າ, ຢາງພາລາ ແລະ ຜະລິດຕະພັນໄມ້ຫຼາຍຄັ້ງ ຜ່ານກອງປະຊຸມຕ່າງໆທີ່ ກົມ ຂອ ຫຼື ຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນ. ມາຮອດປະຈຸບັນ, ບັນຫາຈໍານວນໜຶ່ງໄດ້ຮັບການແກ້ໄຂແລ້ວ, ບາງບັນຫາຍັງມີຄວາມຊັກຊ້າໃນການຄົ້ນຄວ້າແກ້ໄຂເນື່ອງຈາກຕິດພັນກັບນິຕິກໍາຂອງຂະແໜງການທີ່ກ່ຽວຂ້ອງ.

ລະບົບ e-CO ຂອງ ລາວ ກໍ່ແມ່ນໜຶ່ງ​​ໃນວຽກງານທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເປັນຕົ້ນແມ່ນ ການຕັດຂອດຂັ້ນຕອນໃນການປະກອບເອກະສານ, ປະຢັດເວລາ ແລະ ຕົ້ນທຶນໃຫ້ແກ່ຜູ້ປະກອບການຂອງ ລາວ ທີ່ນຳໃຊ້ສິດທິພິເສດທາງການຄ້າ. ຊຶ່ງລະບົບ e-CO ດັ່ງກ່າວ ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2016 ເປັນຕົ້ນມາ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງ ກົມ ຂອ. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານລະບົບ e-CO ແມ່ນມີຄວາມສະດວກ ແລະ ມີຜົນປະໂຫຍດສູງຕໍ່ກັບຜູ້ປະກອບການເມື່ອທຽບໃສ່ການອອກແບບເຈ້ຍສໍ ເນື່ອງຈາກສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ປະຢັດເວລາຫຼາຍຂຶ້ນ, ພ້ອມດຽວກັນກໍ່ຍັງຊ່ວຍຫຼຸດຜ່ອນພາລະຂອງເຈົ້າໜ້າທີ່ອອກຟອມ ແລະ ຮັບປະກັນຄວາມປອດໄພທາງດ້ານຂໍ້ມູນອີກດ້ວຍ.

ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນເອກະສານທີ່ໃຊ້ຢັ້ງຢືນເພື່ອຂໍຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນໍາເຂົ້າສໍາລັບສິນຄ້າທີ່ສົ່ງອອກພາຍໃຕ້ນະໂຍບາຍສິດທິພິເສດທາງການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ 52 ປະເທດ ແລະ ເຂດແຄວ້ນ ປະກອບມີ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ, ເຂດປົກຄອງພິເສດຮົງກົງ, ສປ ຈີນ ແລະ ຈີນ (ໄຕ້ຫວັນ) ແລະ 09 ປະເທດສະມາຊິກອາຊຽນ. ສິນຄ້າທີ່ໄດ້ແຫຼ່ງກໍາເນີດສິນຄ້າສົ່ງອອກຈາກ ສປປ ລາວໄປບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າເກືອບທຸກລາຍການສິນຄ້າ ຫຼື ຫຼາຍກວ່າ 90% ຂອງລາຍການສິນຄ້າທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມ.  ແບບພິມ (Form) ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ນໍາໃຊ້ກັບບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ ປະກອບມີ 15 Form ໄດ້ແກ່: A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບຟອມເຫຼົ່ານີ້ແມ່ນສາມາດຂໍໄດ້ຈາກທັງ  ໝົດ 40 ຫ້ອງການຄື: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ. ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສາມາດອອກໄດ້ 03 ຮູບແບບຄື: ອອກ ແບບປົກກະຕິ (Manual), ອອກທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ (Self-Certification).

ສຳລັບພາກສ່ວນໃດທີ່ສົນໃຈ ກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າເບີໂທ: 021 450 255 ແລະ ສາມາເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.