ການຝຶກອົບຮົມ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແຂວງເຊກອງ ແລະ ອັດຕະປື


ໃນລະຫວ່າງວັນທີ 20-24 ມັງ​ກອນ 2020 ທີ່ຫ້ອງປະຊຸມຂອງ ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການອອກ ​ແລະ ຄຸ້ມ​ຄອງ​ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃຫ້ແກ່ສະພາ​ການຄ້າແລະ ອຸດສາຫະກຳແຫ່ງຊາດລາວ, ແຂວງເຊກອງ ແລະອັດຕະປື ຕາມການ​ສະ​ເໜີ​ຂອງ​ພາກ​ສ່ວນ​ດັ່ງ​ກ່າວ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານນາງ ມະນີວອນ ວົງໄຊ ຮອງຫົວໜ້າ ກົມ ກ​ານນ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 04 ທ່ານ.

         ເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຜູ້ຮັບຜິດຊອບວຽກງານການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຂອງ ສະພາ​ການຄ້າແລະ ອຸດສາຫະກຳແຫ່ງຊາດລາວ, ແຂວງເຊກອງ ແລະອັດຕະປື ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແບບພິມ (Form) ຈໍານວນ 06 ຊະ​ນິດ ຄື: E (ສັນ​ຍາເຂດການ​ຄ້າ​ເສລີອາຊຽນ - ສປ ຈີນ), AANZ (ສັນ​ຍາເຂດການ​ຄ້າ​ເສລີ​ອາຊຽນ - ອົດ​ສະ​ຕາລີ - ນິວຊີ​ແລນ), AJ (ສັນຍາວ່າດ້ວຍຄູ່ຮ່ວມມືດ້ານເສດຖະກິດຮອບດ້ານອາຊຽນ - ຢີ່ປຸ່ນ), AK (ສັນ​ຍາເຂດການ​ຄ້າ​ເສລີ​ອາຊຽນ - ​ສ.ເກົາຫຼີ), SPT (ແບບ​ຟອມຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ພາຍ​ໃຕ້ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບ​ຝ່າຍ​ດຽວ​ຈາກ ສປ ຈີນ ພາຍ​ໃຕ້​ລະບົບ​ອັດ​ຕາ​ພາສີພິ​ເສ) ​ແລະ Co-Korea (ແບບ​ຟອມຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ພາຍ​ໃຕ້ສິດທິ​ພິ​ເສດ​ທາງການ​ຄ້າ​ແບບຝ່າຍ​​ດຽວຈາກ ສ.​ເກົາຫຼີ) ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບສັນ​ຍາ​ການ​ຄ້າ​ສາ​ກົນ​ທີ່ ສ​ປ​ປ ລາວ ເປັນ​ພາຄີ ແລະ ຖືກ​ຕ້ອງຕາມລະບຽບການທີ່ມີຢູ່ຂອງ ສປປ ລາວ. ໃນນັ້ນ, ໄດ້ນຳສະເໜີ ກ່ຽວກັບ ວິທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທີ່ ສປປ ລາວ ນຳໃຊ້ໃນປະຈຸບັນນີ້, ຊຶ່ງມີທັງໝົດ 03 ວິທີດ້ວຍກັນຄື: ​ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual), ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າດ້ວຍຕົນເອງ (Self-Certification). ​

          ​ພ້ອມ​ກັນນັ້ນ, ຄະ​ນະ​ຮັບ​ຜິດ​ຊອບ​ຝຶກ​ອົບ​ຮົມ​ຍັງໄດ້ລົງເລິກວິທີໃນການກ​ຊາ​ນົດເງື່ອນ​ໄຂແຫຼ່ງກຳເນີດສິນຄ້າ ໃນຂອບສັນຍາຕ່າງໆ, ຂັ້ນຕອນໃນ​ການ​ອອກ​ໃບ​ຮັບ​ຮອງ​ສິນ​ຄ້າ​ໄດ້​ແຫຼ່ງ​ກຳ​ເນີດ, ການອອກ​ໃບຢັ້ງຢືນ​ແຫຼ່ງກຳ​       ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ, ວິທີໃນການເກັບ​ກຳສະຖິຕິ, ການ​ສັງ​ລວມ​ຂໍ້​ມູນ​ລາຍ​ລະ​ອຽດ​ຂອງ​ບໍ​ລິ​ສັດ ແລະ ລະບຽບການຕ່າງໆ ທີ່ປິ່ນອ້ອມວຽກງານການອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ. ນອກຈາກການແນະນຳດ້ານທິດສະດີແລ້ວຄະ​ນະ​ຮັບ​ຜິດ​ຊອບ​ຝຶກ​ອົບ​ຮົມຂອງ ກົມ ຂອ ກໍ່ຍັງໄດ້ແນະນຳວິທີ ແລະ ຂັ້ນ ຕອນຕ່າງໆໃນການລົງ​ເບິ່ງ​ຂະ​ບວນ​ການ​ຜະ​ລິດ​ຕົວ​ຈິງຂອງບັນດາ ໂຮງ​ງານ/ບໍລິສັດ ທີ່ຈະມາຂໍອອກໃບຢັ້ງຢືນ ແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ. ພາຍຫຼັງທີ່ສຳເລັດການຝຶກອົບຮົມຄະ​ນະ​ຮັບ​ຜິດ​ຊອບ​ຝຶກ​ອົບ​ຮົມຂອງ ກົມ ຂອ ກໍ່ໄດ້ມີການປະເມີນຄືນ ເຖິງຄວາມເຂົ້າໃຈຂອງ ນັກສຳມະນາກອນ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ຫຼັງ​ຈາກ​ສຳ​ເລັດ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ຈະ​ສາ​ມາດ​ນຳ​ເອົາບົດ​ຮຽ​ນທີ່​ໄດ້ໃນ​ການ​ຝຶ​ກ​ອົບ​ຮົມ​ໄປ​ຜັນ​ຂະຫ​ຍາຍ ແລະ ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ສູງ​ສຸດ.